V Nest Trading Import-Export Sole Co., Ltd

V Nest Trading Import-Export Sole Co., Ltd

V Nest ຄິດຄົ້ນສົ່ງເສີມສິນຄ້າໃນປະເທດລາວ ໃຫ້ໄດ້ຄຸນະພາບເປັນທີ່ຍອມຮັບທຽບເທົ່າສິນຄ້າຕ່າງປະເທດ ໂດຍການສ້າງເທນໃນການຊົມໃຊ້ພາຍໃນ ຄ່ຽງຄູ່ກັບການການສົ່ງອອກເພື່ອສ້າງມູນຄ່າເພີ່ມ

ໂດຍການເລັ່ງເຫັນຄວາມສຳຄັນຂອງສຸຂະພາບ ແລະ ແນວໂນ້ມຂອງການບໍລິໂພກຮັງນົກທີ່ນັບມື້ນັບສູງຂື້ນ ທາງບໍລິສັດພວກເຮົາຈຶ່ງລົງທຶນໃນທຸລະກິດ ວິເນສທ໌ ໂດຍສ້າງຕັ້ງຂື້ນໃນວັນທີ 17 ມິຖຸນາ 2022 ດ້ວຍທຶນຈົດທະບຽນ 500,000,000ກີບ.

ຮັງນົກຖືວ່າເປັນອາຫານທີ່ມີຄຸນຄ່າເປັນທີ່ນິຍົມຂອງຄົນຈີນເປັນເວລາຫຼາຍພັນປີ ໄດ້ຮັບການຂະໜານນາມວ່າ “ຄາເວຍແຫ່ງຕາວັນອອກ” ເປັນຜະລິດຕະພັນທີ່ໄດ້ຈາກນໍ້າລາຍຂອງນົກແອ່ນ ໃນປະເທດລາວຮັງນົກຖືເປັນຊັບພະຍາກອນທຳມະຊາດທີ່ມີຄວາມສຳຄັນ ແລະ ມີຄຸນຄ່າທາງເສດຖະກິດ

ວິໄສທັດ

ຄິດຄົ້ນສົ່ງເສີມສິນຄ້າໃນປະເທດລາວ ໃຫ້ໄດ້ຄຸນະພາບເປັນທີ່ຍອມຮັບທຽບເທົ່າສິນຄ້າຕ່າງປະເທດ ໂດຍການສ້າງເທນໃນການຊົມໃຊ້ພາຍໃນ ຄ່ຽງຄູ່ກັບການການສົ່ງອອກເພື່ອສ້າງມູນຄ່າເພີ່ມ

ພັດທະນາເພື່ອຕໍ່ຍອດແປຮູບຜະລິດຮັງນົກ ໃຫ້ເຂົ້າເຖິງຄົນທຸກກຸ່ມໃນລາວ ດ້ວຍລາຄາທີ່ເປັນທຳ

ໃຫ້ຄວາມຮູ້ກ່ຽວກັບຄຸນປະໂຫຍດໃນການບໍລິໂພກຮັງນົກໃນຫຼາຍຊ່ອງທາງ

ສ້າງຄວາມເຊື່ອໝັ້ນດ້ານຄຸນນະພາບ – ມາດຕະຖານຂອງຜະລິດຕະພັນ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນລາວ

ແປຮູບຜະລິດຕະພັນຮັງນົກ ແບບບັນຈຸຂວດພ້ອມດື່ມ ໂດຍຜ່ານ ອຢ. ສົ່ງອອກຮັງນົກສູ່ຕະຫຼາດປະເທດຈີນ