ໂຮງງານຢາກາມັງກອນທອງ

ໂຮງງານຢາກາມັງກອນທອງ

ຜະລິດ ແລະ ຈຳໜ່າຍ ຢາປົວພະຍາດ ທີ່ມີໄດ້ຮັບການຍອມຮັບຈາກຜູ້ປ່ວຍ ເຊັ່ນ ຜູ້ປ່ວຍທີ່ເປັນໄວຣັດຕັບອັກເສບ B ແລະ C, ຜູ້ປ່ວຍທີ່ມີໂລກກ່ຽວກັບຄວາມດັນເລືອດ ແລະ ຢາອື່ນໆ ຊຶ່ງນອກຈາກນີ້ຍັງຄົ້ນຄິດພັດທະນາ ແລະ ຈຳໜ່າຍ ຜະລິດຕະພັນເພື່ອສຸຂະພາບ

ໂຮງງານຢາມັງກອນທອງ ສ້າງຕັ້ງຂຶ້ນໃນປີ 2015 ດ້ວຍແນວຄິດລິເລີ່ມຕໍ່ຍອດ ແລະ ພັດທະນາ ຈາກການປຸ່ງແຕ່ງຢາເພື່ອປິ່ນປົວຕົນເອງ ຂອງທ່ານ ວັນນາ ພັນທະວິໄລ ເນື່ອງຈາກບັນຫາສຸຂະພາບ ກາຍເປັນຄວາມຮູ້ຖ່າຍທອດສູ່ລຸ້ນລູກ ກາຍເປັນໂຮງງານຢາມັງກອນທອງຈົນເຖິງປະຈຸບັນ.

ພວກເຮົາ ຜະລິດ ແລະ ຈຳໜ່າຍ ຢາປົວພະຍາດ ທີ່ມີໄດ້ຮັບການຍອມຮັບຈາກຜູ້ປ່ວຍ ເຊັ່ນ ຜູ້ປ່ວຍທີ່ເປັນໄວຣັດຕັບອັກເສບ B ແລະ C, ຜູ້ປ່ວຍທີ່ມີໂລກກ່ຽວກັບຄວາມດັນເລືອດ, ຢາປົວກະເພາະລຳໃສ້ ແລະ ຢາອື່ນໆ ຊຶ່ງນອກຈາກນີ້ຍັງຄົ້ນຄິດພັດທະນາ ແລະ ຈຳໜ່າຍຜະລິດຕະພັນເພື່ອສຸຂະພາບ

ວິໄສທັດ

ໂຮງງານຢາມັງກອນທອງ ພວກເຮົາມຸ້ງໝັ້ນພັດທະນາ ເພື່ອເຕີບໃຫຍ່ໃນຖານະໂຮງງານຢາສະມຸນໄພຂອງລາວ ທີ່ສ້າງຄວາມແຕກຕ່າງໃຫ້ແກ່ຄົນເຈັບນັບແຕ່ປີ 2015

ພວກເຮົາມຸ້ງຫວັງທີ່ຈະຜະລິດຢາສະມຸນໄພທີ່ມີຄຸນນະພາບຕາມກະຊວງສາທາລະນະສຸກ ໂດຍສະເໜີຢາ ແລະ ວິທີປີ່ນປົວແບບໃໝ່ ໃຫ້ແກ່ຄົນເຈັບ ເພື່ອໃຫ້ໄດ້ຜົນລັບດ້ານສຸຂະພາບ ແລະ ຄຸນນະພາບຊີວິດທີ່ດີຂື້ນ. ຜະລິດ ແລະ ຈຳໜ່າຍຢາ, ເຄື່ອງດື່ມສະມຸນໄພ ທີ່ຄຳນືງເຖິງຄວາມເປັນທຳ ດ້ວຍລາຄາທີ່ເໝາະສົມ

  • ຜະລິດ ຢາ ແລະ ສະມຸນໄພທຸກຕົວ ໃຫ້ໄດ້ຮັບມາດຕະຖານ GMP
  • ເພີ່ມຜະລິດຕະພັນໃນຮູບແບບຊະນິດແຄັບຊູນ ແລະ ເຄື່ອງດື່ມສຸຂະພາບ (ຮັງນົກແອນ)
  • ສ້າງຕົວແທນໃຫ້ຄວບຄຸມທຸກແຂວງໃນປະເທດລາວ