ໂຮງງານຢາກາມັງກອນທອງ

ຜະລິດ ແລະ ຈຳໜ່າຍ ຢາປົວພະຍາດ ທີ່ມີໄດ້ຮັບການຍອມຮັບຈາກຜູ້ປ່ວຍ ເຊັ່ນ ຜູ້ປ່ວຍທີ່ເປັນໄວຣັດຕັບອັກເສບ B ແລະ C, ຜູ້ປ່ວຍທີ່ມີໂລກກ່ຽວກັບຄວາມດັນເລືອດ ແລະ ຢາອື່ນໆ ຊຶ່ງນອກຈາກນີ້ຍັງຄົ້ນຄິດພັດທະນາ ແລະ ຈຳໜ່າຍ ຜະລິດຕະພັນເພື່ອສຸຂະພາບ

ກ່ຽວກັບພວກເຮົາ

ໂຮງງານຢາມັງກອນທອງ ສ້າງຕັ້ງຂຶ້ນໃນປີ 2015 ດ້ວຍແນວຄິດລິເລີ່ມຕໍ່ຍອດ ແລະ ພັດທະນາ ຈາກການປຸ່ງແຕ່ງຢາເພື່ອປິ່ນປົວຕົນເອງ ຂອງທ່ານ ວັນນາ ພັນທະວິໄລ ເນື່ອງຈາກບັນຫາສຸຂະພາບ ກາຍເປັນຄວາມຮູ້ຖ່າຍທອດສູ່ລຸ້ນລູກ ກາຍເປັນໂຮງງານຢາມັງກອນທອງຈົນເຖິງປະຈຸບັນ.

ພວກເຮົາ ຜະລິດ ແລະ ຈຳໜ່າຍ ຢາປົວພະຍາດ ທີ່ມີໄດ້ຮັບການຍອມຮັບຈາກຜູ້ປ່ວຍ ເຊັ່ນ ຜູ້ປ່ວຍທີ່ເປັນໄວຣັດຕັບອັກເສບ B ແລະ C, ຜູ້ປ່ວຍທີ່ມີໂລກກ່ຽວກັບຄວາມດັນເລືອດ, ຢາປົວກະເພາະລຳໃສ້ ແລະ ຢາອື່ນໆ ຊຶ່ງນອກຈາກນີ້ຍັງຄົ້ນຄິດພັດທະນາ ແລະ ຈຳໜ່າຍຜະລິດຕະພັນເພື່ອສຸຂະພາບ

ວິໄສທັດ

ໂຮງງານຢາມັງກອນທອງ ພວກເຮົາມຸ້ງໝັ້ນພັດທະນາ ເພື່ອເຕີບໃຫຍ່ໃນຖານະໂຮງງານຢາສະມຸນໄພຂອງລາວ ທີ່ສ້າງຄວາມແຕກຕ່າງໃຫ້ແກ່ຄົນເຈັບນັບແຕ່ປີ 2015

ພາລະກິດ

ພວກເຮົາມຸ້ງຫວັງທີ່ຈະຜະລິດຢາສະມຸນໄພທີ່ມີຄຸນນະພາບຕາມກະຊວງສາທາລະນະສຸກ ໂດຍສະເໜີຢາ ແລະ ວິທີປີ່ນປົວແບບໃໝ່ ໃຫ້ແກ່ຄົນເຈັບ ເພື່ອໃຫ້ໄດ້ຜົນລັບດ້ານສຸຂະພາບ ແລະ ຄຸນນະພາບຊີວິດທີ່ດີຂື້ນ

ຜະລິດ ແລະ ຈຳໜ່າຍຢາ, ເຄື່ອງດື່ມສະມຸນໄພ ທີ່ຄຳນືງເຖິງຄວາມເປັນທຳ ດ້ວຍລາຄາທີ່ເໝາະສົມ

ເປົ້າໝາຍການດຳເນີນທຸລະກິດ
  • ຜະລິດ ຢາ ແລະ ສະມຸນໄພທຸກຕົວ ໃຫ້ໄດ້ຮັບມາດຕະຖານ GMP
  • ເພີ່ມຜະລິດຕະພັນໃນຮູບແບບຊະນິດແຄັບຊູນ ແລະ ເຄື່ອງດື່ມສຸຂະພາບ (ຮັງນົກແອນ)
  • ສ້າງຕົວແທນໃຫ້ຄວບຄຸມທຸກແຂວງໃນປະເທດລາວ