ໂຮງງານທູບກາມັງກອນ 

ກ່ວາ 1 ທົດສະວັດທີ່ໂຮງງານພວກເຮົາໄດ້ ຜະລິດ ແລະ ພັດທະນາ ແບບບໍ່ຢຸດຢັ້ງເພື່ອໃຫ້ທູບມີຄວາມຫຼາກຫຼາຍຊະນິດ ແລະ ເປັນທີ່ຍອມຮັບຈາກສັງຄົມ

ນອກຈາກນີ້ພວກເຮົາຍັງຜະລິດ ຖ່ານອັດກ້ອນ ລົດການທຳລາຍສິ່ງແວດລ້ອມ

ກ່ຽວກັບພວກເຮົາ

ໂຮງງານທູບກາມັງກອນ ເລີ່ມດຳເນີນທຸລະກິດໃນປີ 2010  ແລະໃນເບື້ອງຕົ້ນໄດ້ຜະລິດໄມ້ກ້ານທູບ ດ້ວຍມື ແບບປະຖົມປະຖານ ໂດຍມີຜະລິດຕະພັນ ທູບຊ່ອງແດງ ອອກຈຳໜ່າຍຄັ້ງແລກໃນທ້າຍປີ 2010 ແລະ ມີການຕອບຮັບເປັນຢ່າງດີ ນັບແຕ່ນັ້ນມາກໍ່ໄດ້ມີການຕໍ່ຍອດຜະລິດຕະພັນໂດຍຫັນປ່ຽນການຜະລິດໄມ້ກ້ານທູບຊະນິດຫຼ່ຽມ ມາເປັນຊະນິດກົມດ້ວຍການນຳໃຊ້ເຄື່ອງຈັກໃນປີ 2015 ໂດຍສະໜອງເຂົ້າໃນການພະລິດຜະລິດທູບຊ່ອງແດງ ແລະ ທູບຫອມ ຈົນມາເຖິງປະຈຸບັນ.

ພວກເຮົາຍັງໄດ້ມີການພັດທະນາແບບບໍ່ຢຸດຢັ້ງໃນການຄິດຄົົ້ນໂດຍນຳໃຊ້ວັດຖຸດິບທີ່ມີຢູ່ໃນທຳມະຊາດ ເພື່ອຕໍ່ຍອດເປັນຜະລິດຕະພັນທີ່ມີຄຸນະພາບພາຍໃຕ້ແບນຣຂອງຄົນລາວ

 

 

ວິໄສທັດ

ເປັນໂຮງງານຜະລິດທູບ ແລະ ຖ່ານ ທີ່ທັນສະໄໝ ນຳໃຊ້ວັດຖຸດິບພາຍໃນໃຫ້ກາຍເປັນຜະລິດຕະພັນ ຕອບສະໜອງຄວາມຕ້ອງການທີ່ຢູ່ຄຽ່ງຄູ່ກັບສັງຄົມລາວ

ພາລະກິດ

ປັບປຸງຂະບວນການຜະລິດ ໃຫ້ມີຄວາມທັນສະໄໝ ປອດໄພ ເປັນມິດຕໍ່ສິ່ງແວດລ້ອມ

ເປົ້າໝາຍການດຳເນີນທຸລະກິດ

ພັດທະນາສີນຄ້າ ແລະ ຜະລິດຕະພັນໃຫ້ໄດ້ຄຸນນະພາບ ຄ່ຽງຄູ່ກັບການດຳລົງຊິວິດທີ່ຕິດພັນກັບສັງຄົມທຸກຍຸກທຸກສະໄໝ