ກຸ່ມ ບໍລິສັດ ມັງກອນ
ເສີມສ້າງເພື່ອຄຸນະພາບຊີວິດ
ກຸ່ມບໍລິສັດມັງກອນເລີ່ມສ້າງຕັ້ງຂື້ນໃນປີ 2008 ຈາກໂຮງງານຜະລິດທູບ ແລະ ຢາສະໝູນໄພທຳມະຊາດ
ແລະ ໃນປະຈຸບັນດຳເນີນ 4 ທຸລະກິດຫຼັກລວມທັງການຜະລິດ ແລະ ການຄ້າ
ກ່ຽວກັບພວກເຮົາ
ອຸດົມການກຸ່ມບໍລິສັດມັງກອນ
ນັບເປັນເວລາຫຼາຍປີທີ່ຜະລິດຕະພັນ ແລະ ທຸລະກິດໃນກຸ່ມບໍລິສັດມັງກອນໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມລາວ ແລະ ຍັງມຸ່ງໝັ້ນພັດທະນາຕໍ່ໄປແບບບໍ່ຢຸດຍັ້ງ ເພື່ອຄຸນນະພາບຊີວິດ ແລະ ເປັນສ່ວນໜຶ່ງໃນການສ້າງວຽກເຮັດງານທຳ ພັດທະນາເສດທະກິດຂອງລາວໃຫ້ເຕີບໃຫ່ຍຢັ້ງຢືນ ເພາະຕັ້ງໝັ້ນຢູ່ໃນອຸດົມການ ທີ່ມຸ່ງໝັ້ນພັດທະນາ ຕໍ່ຍອດຄວາມສາມາດໃນການບໍລິຫານທຸລະກິດຢູ່ບົນພື້ນຖານຂອງຄຸນນະທຳ ແລະ ຈັນຍາບັນ ໃນການດຳເນີນທຸລະກິດ





ທຸລະກິດພວກເຮົາ
ພາບລວມຂອງທຸລະກິດ
ກຸ່ມບໍລິສັດມັງກອນ ປະກອບທຸລະກິດຫຼັກໃນຂະແໜງການຜະລິດ ໂດຍ ຜະລິດຢາສະໝູນໄພທຳມະຊາດ, ພະລິດຕະພັນສຸຂະພາບ ແລະ ຜະລິດທູບຕ່າງໆ ຫຼາຍກວ່າ 20 ຊະນິດ ພາຍໃຕ້ແບຣນ ມັງກອນທອງ “Mangkonthong” ເຊິ່ງນອກຈາກການຜະລິດ ພວກເຮົາໄດ້ດຳເນີນທຸລະກິດນຳເຂົ້າອຸປະກອນທັນຕະກຳທີ່ຫຼາກຫຼາຍ ແລະ ສົ່ງອອກຜະລິດຕະພັນຮັງນັກແອ່ນ ພາຍໃຕ້ແບຣນ ວິເນສທ໌ “V Nest”

The ENT Import-Export Sole Co., Ltd

ຈຳໜ່າຍອຸປະກອນທັນຕະກຳ ລວມກ່ວາ 2000 ລາຍການເພື່ອໃຫ້ຄອບຄຸມຄວາມຕ້ອງການຂອງລູກຄ້າທີ່ຫຼາກຫຼາຍ ບໍ່ວ່າຈະເປັນ ທັນຕະກຳທົ່ວໄປ ທັນຕະກຳດັດແຂ້ວ ທັນຕະກຳບູລະນະ ລວມເຖິງ ເຄື່ອງມື ເຄື່ອງຈັກ ແລະ ອຸປະກອນຕັ່ງປົວແຂ້ວໃນ Clinic
ໂຮງງານຢາກາມັງກອນທອງ

ຜະລິດ ແລະ ຈຳໜ່າຍ ຢາປົວພະຍາດ ທີ່ມີໄດ້ຮັບການຍອມຮັບຈາກຜູ້ປ່ວຍ ເຊັ່ນ ຜູ້ປ່ວຍທີ່ເປັນໄວຣັດຕັບອັກເສບ B ແລະ C, ຜູ້ປ່ວຍທີ່ມີໂລກກ່ຽວກັບຄວາມດັນເລືອດ ແລະ ຢາອື່ນໆ ຊຶ່ງນອກຈາກນີ້ຍັງຄົ້ນຄິດພັດທະນາ ແລະ ຈຳໜ່າຍ ຜະລິດຕະພັນເພື່ອສຸຂະພາບ

ໂຮງງານທູບກາມັງກອນ

ກ່ວາ 1 ທົດສະວັດທີ່ໂຮງງານພວກເຮົາໄດ້ ຜະລິດ ແລະ ພັດທະນາ ແບບບໍ່ຢຸດຢັ້ງເພື່ອໃຫ້ທູບມີຄວາມຫຼາກຫຼາຍຊະນິດ ແລະ ເປັນທີ່ຍອມຮັບຈາກສັງຄົມ ນອກຈາກນີ້ພວກເຮົາຍັງຜະລິດ ຖ່ານອັດກ້ອນ ລົດການທຳລາຍສິ່ງແວດລ້ອມ
V Nest Trading Import-Export Sole Co., Ltd

ວິເນສທ໌ເລັ່ງເຫັນຄວາມສຳຄັນຂອງການດູແລສຸຂະພາບ ຈຶ່ງຕໍ່ຍອດພັດທະນາຜະລິດຕະພັນທີ່ມີຄຸນຄ່າທີ່ດີ ຈາກທຳມະຊາດ ຜະລິດອາຫານບຳລຸງສຸຂະພາບ ພາຍໃຕ້ແບຣນ “ວິເນສທ໌” ເພື່ອຜົນປະໂຫຍດສູງສຸດຂອງທຸກຄົນ “ວິເນສທ໌”ຈະສັນຫາສິ່ງທີ່ດີທີ່ສຸດເພື່ອສຸຂະພາບຂອງທ່ານ
